หน้าเว็บ

วันพุธที่ 18 มกราคม พ.ศ. 2560

ສຸວັນນະໂຄມຄຳ ເມືອງທີ່ຖືກລຶມ

[ສຸວັນນະໂຄມຄຳ ເມືອງທີ່ຖືກລືມ]

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ ໓ ກິໂລແມັດ ຮຽກວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼືເມືອງສຸວັນນະໂຄມຄຳ ຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື ຫ່າງຈາກ     ເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ ໔໐ ກິໂລແມັດທາງບົກ ຫຼື ໖໐ ກິໂລແມັດທາງນ້ຳ.

ສະຖານທີ່ດັ່ງກ່າວເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ຮຽກວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ, ນະຄອນຊຽງລາວ, ນະຄອນເງິນຍວງ (ເງິນ ຍາງ), ຫິຣັນນະຄອນ ແລະນະຄອນຊຽງແສນ(ເກົ່າ).

ໃນສະຖານທີ່ເມືອງເກົ່າພົບ ບູຮານສະຖານ ໔໔ ແຫ່ງ ສ້າງໂດຍດິນຈີ່ ແລະປູນ ໄດ້ແກ່: ພຣະອຸໂປ ສົດ, ພຣະທາດ, ພຣະພຸດທະຮູບ, ໜອງນ້ຳ ຯລຯ.

ສິ່ງທີ່ຍັງຄົງງົດງາມ ແລະສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝ ກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງດ້ວຍດິນຈີ່ ແລະປູນ; ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ ໗.໑໐ ແມັດ, ຄວາມສູງ ໗.໒໒ ແມັດ, ບ່າແຕ່ລະຂ້າງມີຂະໜາດ ໑.໑໐ ແມັດ, ດ້ານຂ້າງແຕ່ກະໂພກ ເຖິງເຂົ່າ ໓.໖໐ ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະອາຊີຕາເວັນອອກສຽງ ໃຕ້. ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.

ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນ ແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼືພຣະຣັດສະໝີທອງສຳລິດ ທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ.

ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມບົນສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.

ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ. ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.

• ປະຫວັດໃນອະດີດ
ໃນຕຳນານນະຄອນໂຍນົກ ຂອງເຈົ້າຄຳໝັ້ນ ວົງກົດຣັຕຕະນະ ກ່າວໄວ້ມີຂໍ້ຄວາມດ່ັງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ ໒ ພຣະອົງ, ອົງແຮກມີພຣະນາມ ວ່າອິນທຣະວົງສາ ແລະອົງນ້ອງພຣະນາມວ່າ ໄອຍະກຸມານ ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ ພຣະ ຍາອິນປະຖົມ ແລະພຣະຍາໄອກຸມານມີພຣະທິດາຊົງ ພຣະນາມວ່ານາງອູຣະສາ(ຄົງຈະເປັນ ໂອຣະສາ ພາສາໄທລື້ ) ແລະພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ, ຄັນເມື່ອພຣະ ພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.

ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມ ລຳແມ່ນຳ້ຂອງ ເປັນເວລາ ໓ ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານ ຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັ້ງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ ໓.໐໐໐ ຄົວເຮືອນ.

ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບ ແຕ່ຍັງປະສູດ ແລະຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນໂຄຕະປຸຣະ(ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງຫຼົ້ມຈົມ.

ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ, ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ, ໂຄມໄຟ ແລະປະທີບບູຊາພະຍານາກ ໃຫ້ສະຫວ່າງ ທົ່ວແມ່ນ້ຳຂອງເປັນເວລາ ໗ ວັນ ໗ ຄືນເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະກຸມານ ນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ (ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂື້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອ ກັ້ນແມ່ນ້ຳຂອງ ເຮັດໃຫ້ແພຂອງອົງກຸມມານນ້ອຍໄຫຼຂື້ນເໜືອຈົນເຖິງເກາະເຂີນ) ການທີ່ ບູຊາພະຍານາກໂດຍ ການຈູດທູບ, ທຽນ, ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງລາວເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ.

ດ້ວຍເຫດນີ້ເອົງຊຸມຊົນທີ່ຕັ້ງຂື້ນເທິງເກາະເຂີນ ຈຶ່ງໄດ້ຖືກຂະໜານນາມວ່າ ເມືອງສຸວັນນະໂຄມຄຳ ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ ສຸວັນນະມຸຂະທາວາຣະ ແລະໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ ໂຄມຄຳ.

ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານຟັງຊິດການເຍ ຂຽນໄວ້ໃນໜັງສືສຳຫຼວດແມ່ນ້ຳຂອງ ຂອງ ທ່ານໃນສະຕະວັດທີ XIX ກ່າວໄວ້ວ່າເມືອງສຸວັນນະໂຄມຄຳ ປາກົດຕົວໃນສະຕະວັດທີ V ຂອງຄຣິດຕະການ ແລະຕາມຕຳນານນ້ຳຖ້ວມໂລກຊຶ່ງໄດ້ກ່າວເຖິງພຣະຍາສີສັດຕະນາກ ທີ່ຄອງເມືອງໜອງກະແສແສນຍ່ານ ໄດ້ນຳກຳລັງ ໗ ໂກດ(໗ ພັນລ້ານຄົນ) ຍົກລົງມາຕາມແມ່ນ້ຳຂອງ ແລະເປັນຕົ້ນກຳເນີດຂອງນາກ ໑໕ ຕະກູນໃນຫຼວງພະບາງ ແລະຕໍ່ມາຊາວເມືອງໂພທິສານຫຼວງ (ສີໂຄດຕະບູນ ຫຼືສີໂຄດຕະບອງ ເປັນຊື່ຂອມ).
ຕຳນານຍັງບອກວ່າເມືອງສຸວັນນະໂຄມຄຳນັ້ນເຕີບໂຕຢ່າງວ່ອງໄວພຽງແຕ່ ໓ ປີເທົ່ານັ້ນ ບ້ານເມືອງ ຂອງຣາຊະດອນມີເຖິງ ໓ ແສນຫຼັງ.

ແຕ່ຕໍ່ມາມີການປະພຶດບໍ່ຊື່ສັດກັບພໍ່ຄ້າ ເຊິ່ງເປັນພວກນາກຊາວຫຼວງພຣະບາງ ເຮັດໃຫ້ເກີດການຂັດແຍ້ງກັນ ຊາວຫຼວງພຣະບາງຈຶ່ງໄດ້ນຳກຳລັງມາບຸກທຳລາຍເມືອງສຸວັນນະໂຄມຄຳຈົນຮາບຄາບ ເຮັດ ໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທຸກທິດທາງ ເຊັ່ນ: ໜີເຂົ້າອຸໂມງໄປສີສັດສະນາໄລ ແລະຫຼວງພະບາງ ໂດຍໄດ້ນຳປະເພນີໄຫຼເຮືອໄຟໄປປະຕິບັດ ຈຶ່ງເກີດມີການແພ່ຂະຫຍາຍວັດທະນະທຳນີ້ຢ່າງກວ້າງຂວາງ.

ຕໍ່ມາຍັງມີຕະກູນນາກລາວຈົກຄືລາວທາງພາກເໜືອຂອງແຂວງຊຽງຮາຍ (ໄທ) ໄດ້ມາສ້າງນະຄອນ ສຸວັນນະໂຄມຄຳຂື້ນອີກຄັ້ງ ຕາມຕຳນານມີກຳແພງເມືອງອ້ອມຮອບ ໔ ດ້ານ ແຕ່ລະດ້ານຍາວ ໓ ພັນວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳທີ່ຫາຍສາບສູນໄປແລ້ວຈຶ່ງໄດ້ຊ່ຶເອີ້ນໃໝ່ວ່າ ນາເຄນທະຣະນະຄອນ, ນາກບູຣີ, ເມືອງນາກພັນທຸສີງຫະນະວັດນະຄອນ ຫຼືນະຄອນຊຽງລາວ ເນື່ອງຈາກວ່າຊາວລາວພາກ ເໜືອ(ນາກ) ເປັນຜູ້ສ້າງຂື້ນນອກຈາກຊື່ຕ່າງໆແລ້ວນັ້ນ ໃນຕຳນານຕ່າງໆຂອງຊາວລາວພາກເໜືອ ແລະ ຕຳນານ ທ້າວຮຸ່ງ-ທ້າວເຈືອງ ໄດ້ເອີ້ນວ່າ ນະຄອນເງິນຍາງ ຫຼືນະຄອນເງິນຍວງ ຕໍ່ມາເມື່ອພະຍາ ແສນພູໄດ້ ຂື້ນຄອງເມືອງດັ່ງກ່າວໄດ້ອີກຊື່ໜຶ່ງວ່າ ນະຄອນຊຽງແສນ(ເກົ່າ).

ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ, ນາກບູຣີ ຫຼືນະຄອນເງິນຍາງມາຕະຫຼອດ ໔໓ ຣາຊະສະໄໝ ຈົນເຖິງສະໄໝຂຸນເຈືອງ ກະສັດລາວຜູ້ທຳອິດທີ່ລວບລວມເຜົ່າຕ່າງໆ ໃຫ້ເປັນອານາຈັກດຽວກັນຢູ່ທາງ ພາກເໜືອ ເມື່ອ ຄ.ສ ໑໐໙໖ ຂຸນເຈືອງໄດ້ຍົກກອງທັບມາພິຊິດຫຼວງພະບາງ, ຊຽງຂວາງ ແລະ ເມືອງປະກັນ (ແຄວ້ນແກວຈີ ຂອງຫວຽດນາມ) ຈາກນັ້ນກໍລວມເປັນອານາຈັກດຽວກັນ ໂດຍສະເພາະລວມ ຕະກູນນາກ ແລະ ຕະກູນຂອມເຂົ້າດ້ວຍກັນ.

ສະນັ້ນຈຶ່ງຖືໄດ້ວ່າພຣະອົງເປັນກະສັດຜູ້ຍິ່ງໃຫຍ່ພຣະອົງໜຶ່ງຂອງບັນດາຊົນຊາດລາວ. ອານາຈັກຂອງຂຸນເຈືອງຫຼົ້ມສະລາຍໃນຣາຊະສະໄໝທີ ໔ ຂອງກະສັດຫຼວງພຣະບາງຄື ສະໄໝຂອງຂຸນກັນຮາງ ຜູ້ເຊິ່ງເປັນເຫຼັນໂຫຼນຂອງຂຸນເຈືອງ ຫຼັງຈາກພ່າຍແພ້ໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກທັບມາຈາກເມືອງແຖນ (ດຽນບຽນຟູ ຂອງຫວຽດນາມ).

ເມືອງສຸວັນນະໂຄມຄຳເຊິ່ງເປັນຊື່ເອີ້ນທຳອິດຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ຜ່ານການຖືກທຳລາຍ ແລະ ສ້າງຂື້ນໃໝ່ຫຼາຍຄັ້ງຫຼາຍຫົນ ແລະມີຊື່ເອີ້ນຕ່າງໆນາໆ ໃນທີ່ສຸດກໍ່ເຫຼືອໃຫ້ພຽງແຕ່ເມືອງຮ້າງທີ່ ໜ້າສະ ເທືອນໃຈ.

ປັດຈຸບັນນີ້ພຣະແນກວັດທະນະທຳແຂວງບໍ່ແກ້ວ ແລະກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໄດ້ມີມາດຕະການອະນຸລັກ ແລະປະກາດເປັນປູຊະນິຍະສະຖານແຫ່ງຊາດ ເປັນສະຖານທີ່ອະນຸລັກ ແລະ ຫວງຫ້າມ ເປັນອຸທິຍານແຫ່ງການສຶກສາຫາຄວາມ



ຮູ້, ແຫຼ່ງທ່ອງທ່ຽວ ແລະ ພັກຜ່ອນຍ່ອນໃຈຂອງຄົ້ນຄວ້າ, ນັກສຶກສາ ແລະນັກອະນຸລັກ.

ນອກຈາກນີ້ລັດຖະບານລາວ-ໄທຍັງໄດ້ມີຄວາມຮ່ວມມືກັນໃນການຮ່ວມກັນ ຂື້ນທະບຽນເມືອງ ເກົ່າສຸວັນນະໂຄມຄຳ(ລາວ) ແລະເມືອງຊຽງແສນເກົ່າ(ໄທ)ຂຶ້ນເປັນມໍລະດົກໂລກຮ່ວມກັນອີກດ້ວຍ.

ອອກໄປບໍ່ໄກຈາກປູຊະນິຍະສະຖານແຫ່ງນີ້ມີສິ່ງດຶງດູດໃຈນັກທ່ອງທ່ຽວທີ່ມາສະຖານທີ່ແຫ່ງນີ້ຄື: ບໍ່ນຳຮ້ອນ, ຕົ້ນໄມ້ຫາຍາກຫຼາຍຊະນິດ, ຮ່ອງຮອຍອະດີດສາມຫຼຽມທອງຄຳ, ຖ້ຳຄູຫາ ແລະວິຖີຊີວິດຂອງຊົນເຜົ່າຕ່າງໆ ທີ່ຫຼາກຫຼາຍ ນອກຈາກນີ້ພໍຮອດມື້ບຸນອອກພັນສາ ກໍຈະໄດ້ເບິ່ງການໄຫຼເຮືອໄຟບູຊາພະຍານາກ ບ່ອນ ທີ່ເປັນຕົ້ນກຳເກີດຂອງປະເພນີນີ້ ແລະເມື່ອເຖິງລະດູດອກງິ້ວບານ ກໍຈະມີການຈັດປະກວດນາງສາວດອກ ງິ້ວບານ ແລະມີຮ້ານຂາຍເຄື່ອງຂອງທີ່ລະນຶກຕ່າງໆ.

#tonamcha | ທີ່ມາ: ຮ້ອຍພັນເລື່ອງລາວ

วันอังคารที่ 17 มกราคม พ.ศ. 2560

ປະເພນີງານບຸນເຂົ້າຈີ່

ສອນໂດຍ: ອາຈານ ບຸນສ່ວນ ແກ້ວພິລົມ
ພຣະ ສາຍສະໄໝ ໄຊຍະສານ ສາຍ:ພຸດທະສາດ-ພາສາລາວ ປີ2 ຫ້ອງ ຂ
ບົດລາຍງານ: ວິຊາ ວັດທະນະທຳລາວ-ອາຊຽນ
ຫົວຂໍ້: ປະເພນີບຸນເດືອນສາມ(ບຸນເຂົ້າຈີ່, ບຸນມາຄະບູຊາ)


ບຸນເຂົ້າຈີ່
  ໃນວັນເພັງເດືອນສາມໃຫ້ເຮັດບຸນເຂົ້າຈີ່ ແລະ ບຸນມາຄະບູຊາ ເລີ່ມພິທີເຮັດບຸນເຂົ້າຈີ່ໃນຕອນເຊົ້າ ໂດຍໃຊ້ເຂົ້າໜຽວປັ້ນເປັນກ່ອນ,ຂະໜາດເທົ່າກຳປັ້ນແລ້ວໃຊ້ໄມ້ໄຜ່ທີເຫຼົາກົມໆສຽບເຄີ່ງກາງ ຕາມລວງຍາວຂອງປັ້ນເຂົ້າໜຽວແລ້ວນໍາໄປປິ້ງ ພໍແຫ້ງແລ້ວທາດ້ວຍໄຂ່, ປິ້ງຈົນສຸກແລ້ວໃສ່ພາຊະນະໄປຕັ້ງໄວ້ໃນສາລາວັດ. ນິມົນພຣະມາໃຫ້ສິນ,ໃຫ້ພອນແລ້ວເອົາເຂົ້າຈີ່ໃສ່ບາດນໍາຖວາຍແດ່ພຣະສົງ ພ້ອມດ້ວຍອາຫານອື່ນໆ ເມື່ອພຣະສັນແລ້ວມີການສະແດງທໍາມະເທສະນາ ຕອນແລງມີການວຽນທຽນມາຄະບູຊາຟັງເທດທີ່ວັດ.



ມູດເຫດຂອງງານບຸນເຂົ້າຈີ່
ເນື່ອງຈາກໃນເດຶອນສາມອາກາດລາວເຮົາ ກໍາລັງຢູ່ໃນລະດູໜາວ, ໃນຕອນເຊົ້າຜູ້ຄົນຈະໃຊ້ຟືນກໍ່ກອງໄຟແກ້ໜາວເມື່ອຟືນຖືກໄຟເຜົາເປັນຖ່ານ ຊາວບ້ານຈະນຳເອົາເຂົ້າໜຽວປັ້ນເປັນກ້ອນກົມໆໂຮຍເກືອວາງໄວ້ເທີງກອງໄຟ ເຮົາຮຽກວ່າເຂົ້າຈີ່.
ມີເລື່ອງເລົ່າໃນທໍາມະບົດວ່າ ມີຍິງຄົນໜຶ່ງຊື່ນາງ ປຸນນະທາສີ ເປັນຄົນທຸກຍາກຕ້ອງໄປເປັນທາສີຮັບໃຊ້ຂອງເສດຖີຄົນໜຶ່ງໃນກຸງຣາຊຄຶ ວັນໜຶ່ງເສດຖີໃຫ້ນາງໄປຕີເຂົ້າ,ນາງຕີເຂົ້າຕະຫຼອດວັນກໍບໍ່ໝົດ, ຮອດຕອນຄໍ່າກໍດັງໄຟຕີເຂົ້າຕໍ່ໄປ ໄດ້ຮັບຄວາມເມືອຍລ້າເປັນອັນຫຼາຍ ພໍຮອດຕອນເຊົ້າມານາງກໍເອົາຮໍາເຮັດເປັນເຂົ້າຈີ່ ເຜົາໄຟສຸກແລ້ວໃສ່ໄວ້ໃນຫໍ່ຜ້າຂອງຕົນ ແລ້ວຍ່າງໄປຕັກນໍ້າມາບໍລິໂພກ, ພໍຮອດກາງທາງໄດ້ພົບພຣະສາສດາເກີດຄວາມເຫຼື່ອທໃສ, ຄິດວ່າເຮົາເປັນຄົນຍາກຈົນໃນຊາດນີ້ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນແຕ່ປາງກ່ອນ ແລະ ຊາດນີ້ເຮົາກໍບໍ່ເຄີຍເຮັດບຸນເລີຍຈັກເທື່ອ. ເມື່ອຄິດແນວນັ້ນແລ້ວນາງນ້ອມເອົາເຂົ້າແປ້ງຈີ່ຍັ້ນເຂົ້າໄປຖວາຍແດ່ພຣະສາສດາ, ພຣະອົງຊົງຮັບແລ້ວ ແລະນາງຍັງຄິດອີກວ່າພຣະສາສດາຄົງບໍ່ສະເວີຍ ພັດຕາອາຫານທີ່ເສົ້າໝອງ ເມື່ອພຣະສາສດາຊົງຊາບວ່າຈິດຂອງນາງຄິດເຊັ່ນນັ້ນ ພຣະອົງຈຶ່ງປະທັບສະເວີຍຕໍ່ໜ້າຂອງນາງ ເມື່ອສະເວີຍແລະພຣະອົງກໍຕັດອະນຸໂມທະນາກະຖາໂປດນາງຈົນສໍາເລັດໂສດາປັດຕິຜົນ, ເປັນອະລິຍະບຸກຄົນໃນພຣະພຸດທະສາສນາ, ກາລັງ ກັດຕະວາ. ເມື່ອນາງທໍາກິລິຍາສໍາເລັດແລ້ວກໍໄປເກີດດາວະດິງສະຫວັນ, ສະເວີຍທິບສົມບັດ ຢູ່ໃນວິມານທອງອັນຜຸດຜ່ອງໂສພາ ມີນາງຟ້າເປັນຍົດບໍລິວານ.
ດັ່ງນັ້ນ ຊາວບ້ານເມື່ອເກັບກ່ຽວເຂົ້າແລ້ວຈຶ່ງພາກັນເຮັດບຸນເຂົ້າຈີ່ ເພາະຖືວ່າການຖວາຍເຂົ້າຈີ່ມີອານິສົງຫຼາຍນັ້ນເອງ.

ພິທີກໍາ


  • ພໍຮອດວັນເຮັດບຸນເຂົ້າຈີ່ ວັນເພັງເດືອສາມທຸກຄົວເຮືອນໃນໝູ່ບ້ານຈັດກຽມເຂົ້າຈີ່ ແລ້ວນິມົນພຣະສົງມາຮ່ວມກັນທີ່ສາລາໂຮງທັມ

ຄວາມໝາຍຂອງສາສນາພິທີ



ຄວາມາຍ ແລະ ຄວາມສຳຄັນຂອງພິທີກຳ
    ພິທີກຳໃນສື່ວິນັຍ
          ໃນພຣະພຸດທະສາສນານີ້ ສິ່ງທີ່ເໜືອກວ່າພິທີກໍາມີຫຼາຍຢ່າງ ແຕ່ດຽວນີ້ເຮົາແນມເຫັນກັນວ່າ ຊາວພຸດໃສ່ໃຈໃນເລື່ອງສຳຄັນໜ້ອຍໄປ ແລ້ວກໍໄປເນັ້ນໃສ່ພິທີກຳກັນຫຼາຍເກີນໄປ ຢ່າງໃດກໍຕາມຈະຕ້ອງເຂົ້າໃຈວ່າເລື່ອງພິບໍ່ແມ່ນບໍ່ສຳຄັນ ໃນບາງໂອກາດເຮົາໜ້າຈະເວົ້າເຖີງເລື່ອງພິທີກຳ ໃຫ້ຊັດເຈນວ່າ ເຮົາຄວນຈະປະຕິບັດຕໍ່ມັນຢ່າງໃດ ຢ່າງໜ້ອຍກໍຈະເປັນສິ່ງທີ່ເປັນຢູ່,ປະກົດຢູ່ ມາໃຊ້ເປັນປະໂຫຍດ ເພື່ອເປັນສື່ນຳເຂົ້າສູ່ສິ່ງສຳຄັນຍິ່ງຂຶ້ນໄປ.
          ຖ້າຄິດວ່າຢ່າໄປວຸ້ນວາຍໃນເລື່ອງພິທີກໍານີ້ເລີຍບໍ່ມີປະໂຫຍດ,ບໍ່ແມ່ນຕົວແທ້ຕົວຈິງຂອງພຣະພຸດທະສາສະນາແລ້ວບໍ່ເອົາໃຈໃສ່ ກໍ່ອາດຈະເຮັດໃຫ້ພາດ. ໃນເມື່ອມັນເປັນຂອງມີຢູ່,ປະກົດຢູ່ກໍ່ຕ້ອງເຮັດໃຫ້ຖືກຕ້ອງ; ຖ້າເຮົາເຂົ້າໃຈຄວາມໝາຍຖືກ ແລະ ປະຕິບັດຖືກຕ້ອງ, ເຮັດໃຫ້ຄວາມຮູ້ຄວາມເຂົ້າໃຈຄື:  ມັນກໍ່ຈະເປັນສື່ນຳເຂົ້າສູ່ສິ່ງທີ່ຖືກຕ້ອງດີງາມຍິ່ງຂຶ້ນ ຈົນເຖີງສິ່ງທີ່ເປັນຫຼັກການຂອງພຣະພຸດທະສາສະນາ, ເພາະສະນັ້ນພິທີກຳນີ້ ຖ້າເຂົ້າໃຈຖືກຕ້ອງ ແລະ ປະຕິບັດຖືກຕ້ອງກໍຈະນຳໄປສູ່ພຣະພຸດທະສາສະນາໄດ້ດີ. 
           ພິທີກໍານີ້ເບິ່ງໃນແງ່ໜຶ່ງກໍເໝືອນທີ່ໝັ້ນ ຫຼື ປາການສຸດທ້າຍຂອງພຣະພຸດທະສາສະນາ. ພຣະພຸດທະສາສະນາມາຈົນເຖີງນີ້ກໍໃກ້ຈະໝົດແລ້ວ ແຕ່ກໍຍັງມີປ້ອມຄ້າຍສຸດທ້າຍເຫຼືອຢູ່, ເປັນເຮົາບໍ່ເຮັດໃຫ້ປ້ອມປາການສຸດທ້າຍນີ້ເປັນສິ່ງທີ່ຕັ້ງຫຼັກໃຫ້ດີຂຶ້ນໄປອີກ.
          ການທີ່ຍັງມີພິທີກໍາຢູ່ ໃນແງ່ໜຶ່ງກໍ່ສະແດງວ່າພຣະພຸດທະສາສະນາຈະບໍ່ໝົດໄປທີ່ດຽວໂລດ. ເຮັດຢ່າງໃດເຮົາຈະໃຊ້ມັນໃຫ້ເປັນປະໂຫຍດ. ເຮົາບໍ່ຄວນຄິດວ່າ ໂອຍ! ຈະໝົດແລ້ວ ພຣະພຸດທະສາສະນາ ມາເຖີງທີ່ສຸດແລ້ວ.    ແຕ່ຄວນຄິດວ່າ ໂອ໊!  ພຸດພຸດທະສາສະນາ  ຍັງເຫຼືອຢູ່ນີ້ເປັນຫຼັກການເດີນໄປສູ່ຄວາມກ້າວໜ້າທີ່ຖືກຕ້ອງ, ຖ້າເຮົາຄິດໄດ້ແບບນີຈະເປັນການດີ  ຮຽກວ່າຮູ້ຈັກເບິ່ງໃຫ້ເປັນປະໂຫຍດ;  ສິ່ງທັງຫຼາຍຖ້າເຮົາໃຫ້ເປັນປະໂຫຍດກໍຈະເປັນປະໂຫຍດຂຶ້ນມາໄດ້.
         ພິທີກໍາ ແປວ່າ ການກະທຳທີ່ເປັນພິທີ  ຄືເປັນວິທີທີ່ຈະໃຫ້ສຳເລັດຜົນທີ່ຕ້ອງການ ຫຼື ການກະທຳທີ່ເປັນວິທີການເພື່ອໃຫ້ສຳເລັດຜົນທີ່ຕ້ອງການ ຫຼື ນຳໄປສູ່ຜົນທີ່ຕ້ອງການ.
          ຄໍາວ່າ ພິທີ ກໍແຜງມາຈາກຄຳວ່າ ວິທີ ນັ້ນເອງ. ແຕ່ໃນພາຍຫຼັງ ຄໍາວ່າ ພິທີ ມີຄວາມໝາຍເລືອນລາງ ຫຼື ຄາດເຄື່ອນໄປ ກໍເໝືອນກັບສິ່ງອື່ນໆ ທີ່ເປັນອານິຈຈັງເຊັ່ນດຽວກັນ. ອາດໃຊ້ໃນຄວາມໝາຍແຕກຕ່າງກັນໃນບາງຄັ້ງ,ແຕ່ຕົວຖອຍຄຳກໍ່ມີໝາຍແບບດຽວກັນ,ທຳນອງດຽວກັນຫຼື ປະເພດດຽວກັນ ພຽວກັບໜ້າກັບຫຼັງ ພິທີກໍາ ຫຼື ວິທີກໍາ ກາຍເປັນກໍາມະວິທີ ພໍມາເຖີງປັດຈຸບັນມັນກໍເລື່ອນໄປຈົນກະທັ້ງວ່າພິທີກຳຫຼືວິທີກໍາຄືສິ່ງທີ່ເຮັດ,ທີ່ກະທຳກັນໄປຢ່າງນັ້ນເອງ ເຊັ່ນ: ເວົ້າກັນວ່າເຮັດພໍເປັນພິທີ ເລີຍກາຍເປັນວ່າການເຮັດນັ້ນບໍ່ມີຄວາມຈິງຈັງ, ເພື່ອຈະໄດ້ຜົນຂຶ້ນມາເຮົາຈຶ່ງເຮັດພິທີກຳ.
ພິທີກຳເປັນຈຸດນັດໝາຍໃຫ້ຕັ້ງໃຈເລີ່ມເຮັດ,ຕັ້ງໃຈກະທຳຢ່ງຈິງຈັງ.
          ເວລາເຮົາຈະເຮັດຫຍັງກໍຕາມ ຖ້າເຮົາບໍ່ມີພິທີຂຶ້ນມາ ເຮົາກໍຈະບໍ່ມີຈຸດນັດພົບນັດໝາຍ,ບໍ່ມີຈຸດເລີ່ມຕົ້ນທີຊັດເຈນວ່າຈະລົງມືເມື່ອໃດ,ຈະເອົາຫຍັງແດ່,ຈະເຮັດແບບໃດ.  ຄົນມາໂຮມກັນເປັນກຸ່ມ; ຖ້າເຮັດຫຍັງ ຕ່າງຄົນຕ່າງເຮັດກໍ່ບໍ່ເປັນຈິງເປັນຈັງ, ແຕ່ພໍເປັນພິທີກຳກໍຄືມີຈຸດເລີ່ມຕົ້ນ ແລ້ວກໍເປັນຈຸດນັດໝາຍໃຫ້ທຸກຄົນຮູ້ວ່າຕໍ່ໄປນີ້ກິດຈະກຳຈະເລີມຂຶ້ນ, ຖ້າບໍ່ມີພິທີກຳທຸກຄົນທີມາກໍຍັງກະແຈກກະຈາຍກັນຢູ່, ກໍບໍ່ຮູ້ວ່າຈະເຮັດຈັ່ງໃດ, ຈະເລີ່ມຢ່າງໃດ,ເມື່ອໃດ,ເພາະສະນັ້ນພິທີກຳຈິ່ງ
1.    ເປັນຈຸດນັດພົບໃຫ້ທຸກຄົນທີ່ມາຕອນຕົ້ນຍັງກະແຈກກະຈາຍຢູ່ ມາໂຮມກັນເປັນຈຸດດຽວ.
2.    ເປັນຈຸດນັດໝາຍວ່າຈະເລີ່ມເລື່ອງນັ້ນແລ້ວ 
     ພິທີກໍາເປັນເຄື່ອງທີເຮັດໃຫ້ຄົນຕຽມຕົວ ທັງກຽມກາຍວາຈາ ແລະ ຕຽມໃຈໃຫ້ພ້ອມທີ່ຈະເຮັດເລື່ອງນັ້ນໆກ່ອນຈະເຖີງພິທີ. 
        ພິທີກໍາກໍອັນນີ້ແລ້ວຄືຈຸດເລີ່ມຕົ້ນຂອງການທີ່ຈະກະທໍາໃຫ້ຈິງຈັງ ເປັນຈຸດນັດໝາຍທີ່ຈະເຮັດໃຫ້ກິດຈະກຳນັ້ນມີການເອົາຈິງຈັງຂຶ້ນມາ ໃຫ້ທຸກຄົນຕຽມຕົວຕຽມໃຈໄວ້ໃຫ້ພ້ອມທີ່ຈະເຮັດເລື່ອງນັ້ນ ອັນນີ້ກໍເປັນຄວາມໝາຍອັນໜຶ່ງທີ່ງ່າຍໆ ໃນເລື່ອງພິທີກໍາພິທີກໍາເປັນວິນັຍພື້ນຖານ ແລະ ນຳຄົນໃຫ້ປະສານເຂົ້າໃນຊີວິດຊຸມຊົນ         
            ພິທີກໍາຍັງມີຄວາມໝາຍຫຼາຍກວ່ານັ້ນອີກ ຄື ເປັນເຄື່ອງຝືກວິນັຍ ຫຼື ເປັນພື້ນຖານໃນການຝືກຝົນພັດທະນາຄົນໃນດ້ານສີນ.
       ສີນກໍຄື ການຄວບຄຸມກາຍວາຈາໄດ້ ໃຫ້ຢູ່ໃນຄວາມດີງາມຮຽບຮ້ອຍສຸຈະຣິຕ  ແຕ່ເຮົາຈະຄຸມກາຍວາຈາໃຫ້ດີງາມສຸຈະຣິຕ ໃນເລື່ອງໃຫຍ່ໆເປັນສິນໄດ້ ກໍຕ້ອງຄວບຄຸມກາຍວາຈາ ຕັ້ງແຕ່ໃນເລື່ອງເລັກໆນ້ອຍໆຂຶ້ນໄປ ພິທີກຳເປັນເຄື່ອງຝືກກາຍວາຈາໃຫ້ຢູ່ໃນລະບຽບ  ເພາະສະນັ້ນ ພິທີກຳຈຶ່ງເປັນວິນັຍຂັ້ນຕົ້ນ ການເຮັດໃຫ້ຄົນເຂົ້າມາສູ່ພິທີກຳນັ້ນ ເຮັດເພື່ອອັນໃດ ຄວາມໝາຍຢ່າງໜຶ່ງກໍຄືເພື່ອຝືກຄົນໃຫ້ຈັດຫຼືຄວບຄຸມພຶດຕິກຳຂອງຕົນໃຫ້ລົງຕົວເຂົ້າທີ່ ເຊັ່ນ ມານັ່ງເປັນລະບຽບໃຫ້ສະຫງົບກາຍ,ວາຈາ ແລະ ໃຫ້ເຮັດຕາມລຳດັບຕາມແບບແຜນທີ່ຕົກລົງກັນ, ໃຫ້ໝູ່ຄົນຮຽບຮ້ອຍງົດງາມ ແລະເຮັດກິດຈະກຳຢ່າງໄດ້ຜົນພ້ອມພຽງກັນ ເປັນສ່ວນໜຶ່ງຂອງວິນັຍ ເປັນການຝືກເບື້ອງຕົ້ນຂອງສີນ.
      ການເຮັດພິທີກໍາຫຼືເຂົ້າມາຮ່ວມໃນພິທີກໍານີ້ ເປັນການຝືກຄົນໃຫ້ຮູ້ຈັກລະບຽບແບແຜນ ໃຫ້ເລີ່ມທີ່ຈະບໍ່ເຮັດຕາມໃຈມັກຂອງຕົນ ນີ້ຄືການເລີ່ມຮູ້ຈັກເລີ່ມຮູ້ຈັກຄວບຄຸມພຶດຕິກໍາຂອງຕົນເອງໄດ້. ປຽບເດັກນ້ອຍກ່ອນຈະຄວບຄຸມຕົນເອງໃນເລື່ອງໃຫຍ່ໆໄດ້ ກໍຕ້ອງອາໄສການ ຝືກໃນເລື່ອງເລັກໆນ້ອຍໆກ່ອນ ແຕ່ເຮົາຈະຕ້ອງຮູ້ຈັກການປຽບທຽບໃຫ້ມັນເຊື່ອມໂຍນກັນ. ເລື່ອງຂອງພິທີກໍາຈຶ່ງເປັນການຝືກວິນັຍເບື້ອງຕົ້ນທີ່ຈະນຳໄປສູ່ການທີ່ຈະເປັນຄົນມີສີນ  ພິທີກໍາຈຶ່ງຈັດຢູ່ໃນຝ່າຍຂອງສິນນໍາ, ພິທີກໍາຖ້າຈະເຮັດໃຫ້ຖືກຕ້ອງເຂົ້າໃຈຄວາມມຸ່ງໝາຍອັນນີ້ ພິທີກຳຈຶ່ງກາຍເປັນເອກະລັກ  ອັນນີ້ກໍເປັນຄຸນຄ່າອີກດ້ານໜຶ່ງຂອງພິທີກໍາ ເຊີ່ງເປັນເລື່ອງກ່ຽວກັບສີນ ອັນສຶບເນື່ອງຈາກວິນັຍ ທີ່ສະແດງອອກທາງດ້ານ ວັດທະນະທຳ ເປັນເລື່ອງຂອງຊີວິດຊຸມຊົນ ຫຼື ຂອງໝູ່ຄະນະ ເຊີ່ງເປັນເອກະລັກຂອງສັງຄົມ
ພິທີກຳ ເປັນເຄື່ອງນ້ອມນຳສັດທາທີ່ຈະພາໃຫ້ເຂົ້າເຖີງທັມມະທີ່ສູງຂຶ້ນໄປ.
             ພິທີກໍາເປັນສິ່ງນ້ອມນໍາຈິດໃຫ້ເກີດຄວາມເລື່ອມໃສ ແລະ ເພີ່ມພູນສັດທາ ເພາະວ່າພິທີກໍາທີ່ຖືກຕ້ອງຈະມີຄວາມເປັນລະບຽບຮຽບຮ້ອຍ ຄວາມພຽບພ້ອມຄວາມພ້ອມພຽງ ແລະ ຄວາມປະສານກົມກືນ ເຊັ່ນ ຄົນຕັ້ງຮ້ອຍຕັ້ງພັນຄົນກໍສູດມົນພ້ອມກັນ. ພຣະສົງຕັ້ງ 100 ຮູບກໍສູດມົນປະສານເປັນສຽງດຽວກັນ ກິລິຍາວາຈາກໍຮຽບຮ້້ອຍສະຫງົບ, ເຮັດໃຫ້ເກີດສັດທາປະສາທະ, ຄົນຜ່ານໄປຜ່ານມາໄດ້ຍິນສຽງພຣະສູດພ້ອມກັນຢ່າງເປັນລະບຽບ. ບໍແມ່ນກະສູດກະແທກກະທັ້ນເອົາໃຈ ແຕ່ສູດໂດຍຕັ້ງໃຈຈິງຈາກຈິດທີ່ສະຫງົບຜ່ອງໃສ ຄົນທີ່ໄດ້ຍີນໄດ້ຟັງກໍເກີດເປັນຄວາມອື່ມໃຈ,ປື້ມໃຈ ຟັງແລ້ວເກີດສັດທາປະສາທະ ນ້ອມນຳຈິດໃຈໃຫ້ສະຫງົບ ແລ້ວກໍຈະເລີນຍິ່ງຂຶ້ນໄປໃນກຸສົນທັມ. ຄວາມສະຫງ່າງາມໜ້າເກງຂາມ ຄວາມປະທັບໃຈ ແລະ ຄວາມໜ້າເລື່ອມໃສສັດທາສາມາດເກີດຂຶ້ນໄດ້ຈາກພິທີກໍາທີ່ເປັນໄປຕາມຄວາມໝາຍ ແທ້ໆ ຄືມີຄວາມຮຽບຮ້ອຍ,ມີຄວາມເປັນລະບຽບ ເຮັດໃຫ້ເກີດຄວາມງົດງາມໄປໃນຕົວ.
       ສຳລັບຄົນສ່ວນຫຼາຍ ທີ່ຢູ່ໃນໂລກຂ້າງນອກເຊີ່ງຍັງບໍ່ຄຸ້ນເຄີຍ, ຍັງບໍ່ເຂົ້າເຖີງຄວາມເລິກເຊີ່ງຂອງທັມມະ, ແຕ່ຕ້ອງການເຂົ້າເຖີງນາມທັມເລີຍກໍຄົງຈະບໍ່ໄດ້. ຈຶ່ງຕ້ອງພົບກັບສິ່ງທີ່ເປັນຮູບທັມກ່່ອນ ເພາະສະນັ້ນ ພິທີກຳຈຶ່ງເປັນຮູບແບບທີ່ຈະສື່ເຂົ້າຫາຄົນທີ່ຍັງບໍ່ເຂົ້າເຖີງພຣະສາສະນາໄດ້ເລິກເຊີ່ງ ຣຍກໄດ້ວ່າເປັນຈຸດນັດພົບອີກແບບໜຶ່ງ ໂດຍເປັນສື່ຊັກນຳຫຼືເປັນຈຸດເຊື່ອມຕໍ່ເຂົາໃຫ້ເລີ່ມຕົ້ນ ອາດຈະເຮັດໃຫ້ເກີດຄວາມສົນໃຈ,ເກີດຄວາມປະທັບໃຈແລ້ວນ້ອມນຳຈິດໃຈໃຫ້ຢາກຮູ້ຢາກຈະເຂົ້າມາກ່ຽວຂ້ອງ ຈົນກະທັ້ງເຂົ້າມາໃນພຣະສາສະພນາໄດ້ ເພາະສະນັ້ນເຮົາຈຶ່ງອາດຈະໃຊ້ພິທີກຳໃນແງ່ທີ່ເປັນເຄື່ອງຊັກຈູງໃນເບື້ອງຕົ້ນ.
ພິທີກໍາ ເປັນໂອກາດສຳລັບພຣະທີຈະປາກົດຕົວ ແລະ ໃຫ້ທັມມະ
           ພຣະສົງຄ໌ກໍອາໄສພິທີກໍານີ້ເປັນທີ່ປາກົດບິໄດ້ທາໍໜ້າທີ່ຂອງທ່ານ.  ພຣະອັດສະຊິທ່ານເດິນທາງໄປບິນທະບາດໃນເມືອງຣາຊຄຶ ແຕ່ອາການປະກົດຕົວຂອງທ່ານເປັນການໃຫ້ທັມມະແກ່ອຸປະຕິສະມານະພະ(ຄືພຣະສາລິບຸດ) ໂດຍບໍຕອງເວົ້າເລີຍ ອຸ
ປະຕິສະມານະພະນັ້ນ ເມື່ອເຫັນພຣະອັດສະຊິຜູ້ມີອາການສະຫງົບງາມຫງ່າແລະມີລັກສະນະຂອງເລື່ອມໃສ່ວ່າທ່ານນີ້ຕ້ອງມີດີີ ກໍເລີຍຕາມໄປແລ້ວກໍໄດ້ເຫັນ,ໄດ້ເວົ້າໂດຍຍ່າງຕາມຕັ້ງແຕ່ທ່ານບິນທະບາດຈົນວ່າ ເພີ່ນຢຸດຕຽມສັນເຂົ້າ ຈຶ່ງໄດ້ເຂົ້າໄປນະມັດສະການແລ້ວກໍເວົ້າຈາສົນທະນາເຊີ່ງນໍາໄປສູ່ການເຂົ້າເຖີງທັມຕໍ່ໄປ.    ເປັນອັນວ່າພິທີກໍານີ້ເປັນຈຸປະກົດຕົວຂອງພຣະສົງຄ໌ ພຣະສົງຄ໌ມີທັງຜູ້ສອນເປັນແລະສອນບໍ່ເປັນ ແຕ່ການໃຫ້ທັມນີ້ບໍ່ຈຳເປັນຕ້ອງເວົ້າ ການໃຫ້ທັມບໍ່ເວົ້າ ກໍເລີ່ມຕັ້ງແຕ່ປາກົດຕົວ ຂອງພຣະ ເຊີ່ງສາມາດໃຫ້ທັມແກ່ປະຊາຊົນໄດ້ທັນທີ.
               ການປະກົດຕົວຂອງພຣະນີ້ ຖ້າປະກົດໃຫ້ຖືກຕ້ອງກໍເປັນການໃຫ້ທັມແກ່ປະຊາຊົນຄື ເຮັດໃຫ້ເຂົາໄດ້ທັມໂດຍທັນທີເລີຍ ເມື່ອເກີດກຸສົນທັມຂຶ້ນໃນໃຈແລ້ວ ຈິດໃຈເບິກບານຜ່ອງໃສ ກໍອາດຈະສົ່ງຜົນດີໄປໃນວັນນັ້ນ, ບໍ່ວ່າຈະເຮັດອັນໃດ ດ້ວຍຈິດໃຈຊື່ນບານຜ່ອງແຜ້ວ ອັນນີ້ເປັນຄຸນຄ່າທີ່ສຳຄັນຫຼາຍ  ເພາະສະນັ້ນເຮົາຈະຕ້ອງບໍ່ລືມຫຼັກຂໍ້ນີ້ ຄືການໃຫ້ທັມໂດຍບໍ່ຕ້ອງເວົ້າ ເຊີ່ງພຣະສ່ວນຫຼາຍໃຫ້ໄດ້ທັງນັ້ນ ເພາະຊາວບ້ານນັບຖືພຣະຢູ່ແລ້ວ  ພຽງແຕ່ຕັ້ງໃຈບໍ່ຕ້ອງຖ້າໃຫ້ເທດເປັນ ຍ້ອນຖ້າຈະໃຫ້ເວົ້າເກັ່ງນີ້ບາງທີກໍຍາກ.
ທັມມະຂໍ້ຕົ້ນ ທີ່ພຣະຈະໃຫ້ແກ່ປະຊາຊົນ ຄືການປະສາທະ ແລະ ຄວາມປອດເວຣພັຍ
                ພຣະດີມີລັກສະນະຢ່າງໜຶ່ງທີ່ຮຽກວ່າ ມໂນພາວນີຍ໌ ແປວ່າຜູ້ເປັນທີ່ຈະເລີນໃຈ ຊາວບ້ານຍາດໂຍມອຸບາສົກອຸບາສິການີ້ໄປວັດບາງທີພຽງແຕ່ເພື່ອໃຫ້ໄດ້ ພົບພຣະແລ້ວກໍສະບາຍໃຈ ຈິດໃຈກໍຈະເລີນງອກງາມພັດທະນາຂຶ້ນມາ, ຈຶ່ງເຂົ້າກັບຫຼັກທີ່ວ່າ ສະມະນານັນຈະ ທັສສະນັງ ເອຕັມມັງຄະລະມຸຕຕະມັງ  ແປວ່າການເຫັນ ສະມະນະເປັນອຸດົມມຸງຄຸນ; ໜ້າເສຍດາຍວ່າ ປັດຈຸບັນນີ້ຄວາມໝາຍເລົ່ານີ້ໃນພິທີກໍາໄດ້ຈ່
າງຫາຍໄປ ເວລາເຮັດພິທີກໍາກໍລືມໄປ ບໍ່ໄດ້ເບິ່ງທີ່ຄວາມໝາຍເລົ່ານີ້ ແຕ່ພາກັນໄປມຸ້ງໃສ່ຄວາມໃຫຍ່ໂຕຫຼູຫຼາ ຄວາມໂອ້ອວດກັນ ປະກວດປະຊັນໃນການໃຊ້ຈ່າຍ ວ່າໃຜຈະໃຊ້ເງີນຫຼາຍກວ່າກັນ, ເປັນອັນວ່າ ພິທີກໍາຂອງເຮົານີ້ ຖ້າເບິ່ງໃນແງ່ເປັນທີ່ໝັ້ນ ສຸດທ້າຍ ກໍເປັນປະການສຸດທ້າຍທີ່ເຮົາຄວນຈະໃຊ້ປະໂຫຍດ.
ພິທີກໍາ ເປັນຮູບແບບທີ່ຈະສື່ທັມມະສຳລັບຄົນໝູ່ໃຫຍ່  
          ຮູບແບບຈຶ່ງເປັນຈຸດທີ່ຈະເລີ່ມຕົ້ນຊັກນໍາໃຫ້ເຂົາໄດ້ເຂົ້າເຖີງເນື້ອຫາສາລະຕໍ່ໄປ ຮູບແບບທັງຫຼາຍມີຄວາມສຳຄັນສັນໃດ ພິທີກໍາກໍສັນນັ້ນ ມີຄວາມສຳຄັນໂດຍຈະຕ້ອງມີເນື້ອຫາສາລະຢູ່ນໍາ.  ຖ້າເຫຼືອແຕ່ຮູບແບບເນື້ອຫາບໍ່ມີແລ້ວ ບໍ່ດົນຍກໍຄົງໃຊ້ໄປໂດຍບໍ່ຖືກຕາມຄວາມມຸງໝາຍ ເຊັ່ນ ໃຊ້ເພື່ອປະຊັນກັນວ່າໃຜຈະໃຫຍ່ໂຕກວ່າກັນດ ກາຍເປັນກາຍເປັນເລື່ອງສີ້ນເປືອງເສຍເປົ່າ ເຊັ່ນ ບວດພຣະບໍ່ເອົາເນື້ອຫາສາລະ ບໍ່ຮູ້ວ່າບວດເພື່ອຫຍັງ ເອົາແຕ່້ຮູບແບບ ໄດ້ແຕ່ຈັດງານໃຫຍ່ໂຕ ມີແຕ່ການເຊີນແຂກຫຼວງຫຼາຍ ຕັ້ງໂຕະລ້ຽງກັນສີ້ນເປືອງເງີນທອງເປັນແສນເປັນລ້ານ, ແຕ່ບວດໄດ້7ວັນແລ້ວກໍສິກ ແລະ ລະຫວ່າງທີ່ບວດກໍ່ບໍ່ໄດ້ເຝິກຝົນອົບຮົມສຶກສາຮໍ່າອັນໃດເລີຍ.
         ຄົນສ່ວນຫຼາຍນີ້ເຮົາຕ້ອງຍອມຮັບຄວາມຈິງວ່າເຂົາຈະເຂົ້າເຖີງເນື້ອຫາສາລະທັນທີບໍ່ໄດ້ ຈະຕ້ອງມີຮູບທັມທີ່ຈະສື່ກັບເຂົາກ່ອນ ພິທີກໍາເປັນຮູບທັມທີ່ມາສື່ ຖ້າໃຊ້ເປັນກໍນໍາໃຫ້ເຂົ້າສູ່ເນື້ອຫາສາລະຕໍ່ໄປ; ເມື່ອເວລາຜ່ານໄປດົນນານກໍຄວນມີການສໍາຫຼວດກວດກາວ່າ ພິທີກໍາຍັງບັນຈຸເນື້ອຫາສາລະທີ່ຕ້ອງການຢູ່ຫຼືບໍ່ ແລະ ຮູບແບບຂອງມັນ ຍັງສື່ສາລະນັ້ນກັບມະຫາຊົນໃນຍຸກສະໄໝທີ່ເປັນປັດຈຸບັນໄດ້ດີຫຼືບໍ່, ນອກຈາກ ຄອຍຮັກສາຄອຍໃສ່ຄວາມໝາຍແລະເນື້ອຫາສາລະເຂົ້າໄປໃນຮູບແບບ ພ້ອມທັງປັບປຸງຮູບແບບຂອງພິທີກໍາໃຫ້ສື່ສາລະທີ່ຕ້ອງການແກ່ປະຊາຊົນໃນຍຸກສະໄໝນັ້ນໆແລ້ວ; ຮູບແບບທີ່ຂັດຂວາງຕໍ່ການສື່ສາລະກໍຄວນມີການສໍາລະສະສາງ. ພິທີກໍາຍັງເປັນຮູບແບບຍ່ອຍ ເຊີ່ງເປັນອົງປະກອບໃນຮູບແບບໃຫຍ່ຄື ວັດທະນະທໍາປະເພນີ ທີ່ຮຽກກັນວ່າ ເປັນເອກະລັກຂອງສັງຄົມນັ້ນ; ການສໍາລະສະສາງຂອງພິທີກໍາຈຶ່ງຕ້ອງປະຕິບັດດ້ວຍຄວາມມີສະຕິ ໂດຍຄຳນຶງເຖີງວັດທະນະທຳທີເປັນເອກະລັກຂອງສັງຄົມ, ແຕ່ທັງນີ້ກໍຕ້ອງບໍ່ໃຫ້ເສຍຫຼັກທີ່ວ່າ ພິທີກໍາບໍ່ເພີ່ງເປັນຮູບແບບທີ່ນິ່ງຕາຍໄຮ້ສາລະເນື້ອຫາ ສື່ສາລະບໍ່ໄດ້ແລ້ວກາຍເປັນເປືອກ ເຊີ່ງບໍ່ເຮັດໜ້າທີ່ໃນການຊ່ວຍປົກປ້ອງຮັກສາເນື້ອຫາ ແຕ່ກັບໄປເປັນເຄື່ອງປິດກັ້ນປະໂຫຍດ ແລະບົດບັງຄຸນຄ່າຂອງຕົນເອງ; ຖ້າພຣະພຸດທະສາສະນາເຫຼືອແຕ່ພິທີກໍາແທ້ ຄືພິທີກຳນັ້ຍມີຄວາມໝາຍ ແລະ ເນື້ອຫາສາລະຖືກຕ້ອງ. ດັ່ງນັ້ນຖ້າຈະໃຫ້ພຣະພຸດທະສາສະນາດໍາລົງຢູ່ດ້ວຍດີຈະຕ້ອງເຮັດໃຫ້ພິທີກໍາເປັນເຄື່ອງນໍາໄປສູ່ວິນັຍທີ່ສູງຂຶ້ນໄປດ ເພື່ອເຂົ້າເຖີງທັມໃນທີ່ສຸດ ແລະ ຖ້າເມື່ອໃດພິທີກໍາເປັນທີ່ປະກົດສະແດງຕົວຂອງບຸກຄົນຜູ້ເຂົ້າເຖີງທັມແລ້ວ ທີ່ຈະສື່ກັບມະຫາຊົນໄດ້ສະດວກ, ເມື່ອນັ້ນກໍເປັນຄວາມສົມບູນແຫ່ງຄວາມໝາຍ ແລະ ເປັນຄວາມສໍາເລັດແຫ່ງຄວາມມຸງໝາຍຂອງພິທີກໍາ.
ປະເພດຂອງພິທີກໍາ
         ພິທີກໍາທາງສາສະນາພຸດຫຼື ທີ່ຮຽກອີກຢ່າງໜຶ່ງວ່າ ສາສະນາພິທີ ເຊັ່ນ: ພິທີການສະແດງຕົນເປັນພຸດທະມາມະກະ,ພິທີຮັກສາສິນອຸໂບສົກ ແລະອື່ນໆ ເຊີ່ງໄດ້ຈໍາແນກອອກເປັນ 2 ປະເພດຄື:
1.    ພິທີກໍາທີ່ເປັນພຸດທະບັນຍັດ ເປັນພິທີການກ່ຽວກັບວິນັຍສົງຄ໌ ເຊີ່ງພຣະພຸດທະເຈົ້າຊົງບັນຍັດໄວ້ ຈະຕ້ອງປະຕິບັດພິທີກໍານັ້ນໆໃຫ້ຖືກຕ້ອງຕາມບັນຍັດໄວ້
2.    ພິທີກໍາທີ່ພັດທະນາຂຶ້ນໃນທ້ອງຖີ່ນ ຄືພິທີກໍາທີພຸດທະສາສະນິກະຊົນໃນທ້ອງຖີ່ນຕ່າງໆກຳນົດຂຶ້ນໂດຍມີການປະສົມປະສານກັບຂະນົບທຳນຽມປະເພນີທ້ອງຖີ່ນໃຫ້ເຂົ້າກັບກິດຈະກໍາທາງພຸດທະສາສະນາ ແລະ ໄດ້ປະຕິບັດສຶບຕໍ່ກັນມາຈົນກາຍເປັນປະເພນີ.
ຫຼັກປະຕິບັດທົ່ວໄປກ່ຽວກັບພິທີກໍາທາງພຸດທະສາສະນາມີຫຼັກການປະຕິບັດ4ປະການ
-      ຄວາມຖືກຕ້ອງຕາມພຸດທະບັນຍັດ
-      ຄຳນຶງເຖີງຄວາມເໝາະສົມ
-      ຄຳນຶງເຖີງຄວາມປະຢັດ ແລະພາວະເສດຖະກິດ
-      ຄໍານຶງເຖີງປະໂຫຍດທິ່ໄດ້ຮັບ
ຄຸນປະໂຫຍດຂອງພິທີກໍາມີ 3 ປະການ
-       ມີຄຸນຕ່າທາງຈິດໃຈ ເຮັດໃຫ້ສາສະນາມີຄວາມສັກສິດ
-      ສົ່ງເສີມຄວາມສາມັກຄີເປັນອັນໜຶ່ງອັນດຽວກັນຂອງສັງຄົມ
-      ສົ່ງເສີມ ແລະ ຮັກສາເອກະລັກອັນດີງາມ ເປັນການສ້າງສົມວັດທະນະທຳຄົງຢູ່ຕໍ່ໄປ