หน้าเว็บ

วันพุธที่ 18 มกราคม พ.ศ. 2560

ສຸວັນນະໂຄມຄຳ ເມືອງທີ່ຖືກລຶມ

[ສຸວັນນະໂຄມຄຳ ເມືອງທີ່ຖືກລືມ]

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ ໓ ກິໂລແມັດ ຮຽກວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼືເມືອງສຸວັນນະໂຄມຄຳ ຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື ຫ່າງຈາກ     ເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ ໔໐ ກິໂລແມັດທາງບົກ ຫຼື ໖໐ ກິໂລແມັດທາງນ້ຳ.

ສະຖານທີ່ດັ່ງກ່າວເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ຮຽກວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ, ນະຄອນຊຽງລາວ, ນະຄອນເງິນຍວງ (ເງິນ ຍາງ), ຫິຣັນນະຄອນ ແລະນະຄອນຊຽງແສນ(ເກົ່າ).

ໃນສະຖານທີ່ເມືອງເກົ່າພົບ ບູຮານສະຖານ ໔໔ ແຫ່ງ ສ້າງໂດຍດິນຈີ່ ແລະປູນ ໄດ້ແກ່: ພຣະອຸໂປ ສົດ, ພຣະທາດ, ພຣະພຸດທະຮູບ, ໜອງນ້ຳ ຯລຯ.

ສິ່ງທີ່ຍັງຄົງງົດງາມ ແລະສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝ ກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງດ້ວຍດິນຈີ່ ແລະປູນ; ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ ໗.໑໐ ແມັດ, ຄວາມສູງ ໗.໒໒ ແມັດ, ບ່າແຕ່ລະຂ້າງມີຂະໜາດ ໑.໑໐ ແມັດ, ດ້ານຂ້າງແຕ່ກະໂພກ ເຖິງເຂົ່າ ໓.໖໐ ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະອາຊີຕາເວັນອອກສຽງ ໃຕ້. ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.

ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນ ແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼືພຣະຣັດສະໝີທອງສຳລິດ ທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ.

ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມບົນສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.

ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ. ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.

• ປະຫວັດໃນອະດີດ
ໃນຕຳນານນະຄອນໂຍນົກ ຂອງເຈົ້າຄຳໝັ້ນ ວົງກົດຣັຕຕະນະ ກ່າວໄວ້ມີຂໍ້ຄວາມດ່ັງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ ໒ ພຣະອົງ, ອົງແຮກມີພຣະນາມ ວ່າອິນທຣະວົງສາ ແລະອົງນ້ອງພຣະນາມວ່າ ໄອຍະກຸມານ ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ ພຣະ ຍາອິນປະຖົມ ແລະພຣະຍາໄອກຸມານມີພຣະທິດາຊົງ ພຣະນາມວ່ານາງອູຣະສາ(ຄົງຈະເປັນ ໂອຣະສາ ພາສາໄທລື້ ) ແລະພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ, ຄັນເມື່ອພຣະ ພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.

ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມ ລຳແມ່ນຳ້ຂອງ ເປັນເວລາ ໓ ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານ ຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັ້ງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ ໓.໐໐໐ ຄົວເຮືອນ.

ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບ ແຕ່ຍັງປະສູດ ແລະຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນໂຄຕະປຸຣະ(ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງຫຼົ້ມຈົມ.

ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ, ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ, ໂຄມໄຟ ແລະປະທີບບູຊາພະຍານາກ ໃຫ້ສະຫວ່າງ ທົ່ວແມ່ນ້ຳຂອງເປັນເວລາ ໗ ວັນ ໗ ຄືນເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະກຸມານ ນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ (ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂື້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອ ກັ້ນແມ່ນ້ຳຂອງ ເຮັດໃຫ້ແພຂອງອົງກຸມມານນ້ອຍໄຫຼຂື້ນເໜືອຈົນເຖິງເກາະເຂີນ) ການທີ່ ບູຊາພະຍານາກໂດຍ ການຈູດທູບ, ທຽນ, ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງລາວເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ.

ດ້ວຍເຫດນີ້ເອົງຊຸມຊົນທີ່ຕັ້ງຂື້ນເທິງເກາະເຂີນ ຈຶ່ງໄດ້ຖືກຂະໜານນາມວ່າ ເມືອງສຸວັນນະໂຄມຄຳ ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ ສຸວັນນະມຸຂະທາວາຣະ ແລະໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ ໂຄມຄຳ.

ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານຟັງຊິດການເຍ ຂຽນໄວ້ໃນໜັງສືສຳຫຼວດແມ່ນ້ຳຂອງ ຂອງ ທ່ານໃນສະຕະວັດທີ XIX ກ່າວໄວ້ວ່າເມືອງສຸວັນນະໂຄມຄຳ ປາກົດຕົວໃນສະຕະວັດທີ V ຂອງຄຣິດຕະການ ແລະຕາມຕຳນານນ້ຳຖ້ວມໂລກຊຶ່ງໄດ້ກ່າວເຖິງພຣະຍາສີສັດຕະນາກ ທີ່ຄອງເມືອງໜອງກະແສແສນຍ່ານ ໄດ້ນຳກຳລັງ ໗ ໂກດ(໗ ພັນລ້ານຄົນ) ຍົກລົງມາຕາມແມ່ນ້ຳຂອງ ແລະເປັນຕົ້ນກຳເນີດຂອງນາກ ໑໕ ຕະກູນໃນຫຼວງພະບາງ ແລະຕໍ່ມາຊາວເມືອງໂພທິສານຫຼວງ (ສີໂຄດຕະບູນ ຫຼືສີໂຄດຕະບອງ ເປັນຊື່ຂອມ).
ຕຳນານຍັງບອກວ່າເມືອງສຸວັນນະໂຄມຄຳນັ້ນເຕີບໂຕຢ່າງວ່ອງໄວພຽງແຕ່ ໓ ປີເທົ່ານັ້ນ ບ້ານເມືອງ ຂອງຣາຊະດອນມີເຖິງ ໓ ແສນຫຼັງ.

ແຕ່ຕໍ່ມາມີການປະພຶດບໍ່ຊື່ສັດກັບພໍ່ຄ້າ ເຊິ່ງເປັນພວກນາກຊາວຫຼວງພຣະບາງ ເຮັດໃຫ້ເກີດການຂັດແຍ້ງກັນ ຊາວຫຼວງພຣະບາງຈຶ່ງໄດ້ນຳກຳລັງມາບຸກທຳລາຍເມືອງສຸວັນນະໂຄມຄຳຈົນຮາບຄາບ ເຮັດ ໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທຸກທິດທາງ ເຊັ່ນ: ໜີເຂົ້າອຸໂມງໄປສີສັດສະນາໄລ ແລະຫຼວງພະບາງ ໂດຍໄດ້ນຳປະເພນີໄຫຼເຮືອໄຟໄປປະຕິບັດ ຈຶ່ງເກີດມີການແພ່ຂະຫຍາຍວັດທະນະທຳນີ້ຢ່າງກວ້າງຂວາງ.

ຕໍ່ມາຍັງມີຕະກູນນາກລາວຈົກຄືລາວທາງພາກເໜືອຂອງແຂວງຊຽງຮາຍ (ໄທ) ໄດ້ມາສ້າງນະຄອນ ສຸວັນນະໂຄມຄຳຂື້ນອີກຄັ້ງ ຕາມຕຳນານມີກຳແພງເມືອງອ້ອມຮອບ ໔ ດ້ານ ແຕ່ລະດ້ານຍາວ ໓ ພັນວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳທີ່ຫາຍສາບສູນໄປແລ້ວຈຶ່ງໄດ້ຊ່ຶເອີ້ນໃໝ່ວ່າ ນາເຄນທະຣະນະຄອນ, ນາກບູຣີ, ເມືອງນາກພັນທຸສີງຫະນະວັດນະຄອນ ຫຼືນະຄອນຊຽງລາວ ເນື່ອງຈາກວ່າຊາວລາວພາກ ເໜືອ(ນາກ) ເປັນຜູ້ສ້າງຂື້ນນອກຈາກຊື່ຕ່າງໆແລ້ວນັ້ນ ໃນຕຳນານຕ່າງໆຂອງຊາວລາວພາກເໜືອ ແລະ ຕຳນານ ທ້າວຮຸ່ງ-ທ້າວເຈືອງ ໄດ້ເອີ້ນວ່າ ນະຄອນເງິນຍາງ ຫຼືນະຄອນເງິນຍວງ ຕໍ່ມາເມື່ອພະຍາ ແສນພູໄດ້ ຂື້ນຄອງເມືອງດັ່ງກ່າວໄດ້ອີກຊື່ໜຶ່ງວ່າ ນະຄອນຊຽງແສນ(ເກົ່າ).

ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ, ນາກບູຣີ ຫຼືນະຄອນເງິນຍາງມາຕະຫຼອດ ໔໓ ຣາຊະສະໄໝ ຈົນເຖິງສະໄໝຂຸນເຈືອງ ກະສັດລາວຜູ້ທຳອິດທີ່ລວບລວມເຜົ່າຕ່າງໆ ໃຫ້ເປັນອານາຈັກດຽວກັນຢູ່ທາງ ພາກເໜືອ ເມື່ອ ຄ.ສ ໑໐໙໖ ຂຸນເຈືອງໄດ້ຍົກກອງທັບມາພິຊິດຫຼວງພະບາງ, ຊຽງຂວາງ ແລະ ເມືອງປະກັນ (ແຄວ້ນແກວຈີ ຂອງຫວຽດນາມ) ຈາກນັ້ນກໍລວມເປັນອານາຈັກດຽວກັນ ໂດຍສະເພາະລວມ ຕະກູນນາກ ແລະ ຕະກູນຂອມເຂົ້າດ້ວຍກັນ.

ສະນັ້ນຈຶ່ງຖືໄດ້ວ່າພຣະອົງເປັນກະສັດຜູ້ຍິ່ງໃຫຍ່ພຣະອົງໜຶ່ງຂອງບັນດາຊົນຊາດລາວ. ອານາຈັກຂອງຂຸນເຈືອງຫຼົ້ມສະລາຍໃນຣາຊະສະໄໝທີ ໔ ຂອງກະສັດຫຼວງພຣະບາງຄື ສະໄໝຂອງຂຸນກັນຮາງ ຜູ້ເຊິ່ງເປັນເຫຼັນໂຫຼນຂອງຂຸນເຈືອງ ຫຼັງຈາກພ່າຍແພ້ໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກທັບມາຈາກເມືອງແຖນ (ດຽນບຽນຟູ ຂອງຫວຽດນາມ).

ເມືອງສຸວັນນະໂຄມຄຳເຊິ່ງເປັນຊື່ເອີ້ນທຳອິດຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ຜ່ານການຖືກທຳລາຍ ແລະ ສ້າງຂື້ນໃໝ່ຫຼາຍຄັ້ງຫຼາຍຫົນ ແລະມີຊື່ເອີ້ນຕ່າງໆນາໆ ໃນທີ່ສຸດກໍ່ເຫຼືອໃຫ້ພຽງແຕ່ເມືອງຮ້າງທີ່ ໜ້າສະ ເທືອນໃຈ.

ປັດຈຸບັນນີ້ພຣະແນກວັດທະນະທຳແຂວງບໍ່ແກ້ວ ແລະກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໄດ້ມີມາດຕະການອະນຸລັກ ແລະປະກາດເປັນປູຊະນິຍະສະຖານແຫ່ງຊາດ ເປັນສະຖານທີ່ອະນຸລັກ ແລະ ຫວງຫ້າມ ເປັນອຸທິຍານແຫ່ງການສຶກສາຫາຄວາມ



ຮູ້, ແຫຼ່ງທ່ອງທ່ຽວ ແລະ ພັກຜ່ອນຍ່ອນໃຈຂອງຄົ້ນຄວ້າ, ນັກສຶກສາ ແລະນັກອະນຸລັກ.

ນອກຈາກນີ້ລັດຖະບານລາວ-ໄທຍັງໄດ້ມີຄວາມຮ່ວມມືກັນໃນການຮ່ວມກັນ ຂື້ນທະບຽນເມືອງ ເກົ່າສຸວັນນະໂຄມຄຳ(ລາວ) ແລະເມືອງຊຽງແສນເກົ່າ(ໄທ)ຂຶ້ນເປັນມໍລະດົກໂລກຮ່ວມກັນອີກດ້ວຍ.

ອອກໄປບໍ່ໄກຈາກປູຊະນິຍະສະຖານແຫ່ງນີ້ມີສິ່ງດຶງດູດໃຈນັກທ່ອງທ່ຽວທີ່ມາສະຖານທີ່ແຫ່ງນີ້ຄື: ບໍ່ນຳຮ້ອນ, ຕົ້ນໄມ້ຫາຍາກຫຼາຍຊະນິດ, ຮ່ອງຮອຍອະດີດສາມຫຼຽມທອງຄຳ, ຖ້ຳຄູຫາ ແລະວິຖີຊີວິດຂອງຊົນເຜົ່າຕ່າງໆ ທີ່ຫຼາກຫຼາຍ ນອກຈາກນີ້ພໍຮອດມື້ບຸນອອກພັນສາ ກໍຈະໄດ້ເບິ່ງການໄຫຼເຮືອໄຟບູຊາພະຍານາກ ບ່ອນ ທີ່ເປັນຕົ້ນກຳເກີດຂອງປະເພນີນີ້ ແລະເມື່ອເຖິງລະດູດອກງິ້ວບານ ກໍຈະມີການຈັດປະກວດນາງສາວດອກ ງິ້ວບານ ແລະມີຮ້ານຂາຍເຄື່ອງຂອງທີ່ລະນຶກຕ່າງໆ.

#tonamcha | ທີ່ມາ: ຮ້ອຍພັນເລື່ອງລາວ

ไม่มีความคิดเห็น:

แสดงความคิดเห็น